• facebook
  • instagram
  • twitter
  • linkedin
  • youtube
ຄູ່ມືທີ່ຕອບໂຈດການເປັນ IB ໃນການເທຣດຟໍເຣັກ

ແຜນການລາຍການ

ຄູ່ມືທີ່ຕອບໂຈດການເປັນ IB ໃນການເທຣດຟໍເຣັກ
back to blog

ຄູ່ມືທີ່ຕອບໂຈດການເປັນ IB ໃນການເທຣດຟໍເຣັກ

Vantage Updated Updated Mon, 18 September 2023 02:49
ຄູ່ມືທີ່ຕອບໂຈດການເປັນ IB ໃນການເທຣດຟໍເຣັກ

ໜຶ່ງໃນຕະຫຼາດການເງິນທີ່ໃຫຍ່ທີ່ສຸດໃນແງ່ຂອງປະລິມານການຊື້ຂາຍ ຕະຫຼາດແລກປ່ຽນເງິນຕຣາຕ່າງປະເທດ(forex) ເປັນຕະຫຼາດລະດັບໂລກໃນການແລກປ່ຽນຄູ່ສະກຸນເງິນ ແລະ ຄາດວ່າຈະມີການເຕີບໃຫຍ່ຢ່າງຫຼາຍ ຕະຫຼາດອັດຕາແລກປ່ຽນເບິ່ງຄືຈະເຕີບໂຕຈາກ 715 ພັນລ້ານໂດລາໃນປີ 2022 ເປັນ 763.1 ພັນລ້ານໂດລາໃນປີ 2023 ໂດຍມີອັດຕາການເຕີບໃຫຍ່ຕໍ່ປີ (CAGR) ຫຼາຍກວ່າ 6% [1]

ການເຕີບໃຫຍ່ນີ້ສ້າງໂອກາດສຳລັບຜູ້ແນະນຳໂບຣກເກີ້ (IBs) ໃນການທຳງານຮ່ວມກັບຟໍເຣັກທີ່ມີຊື່ສຽງ ແລະ ມີບົດບາດສຳຄັນໃນການຂະຫຍາຍຕົວ ໃນບົດຄວາມນີ້ ພວກເຮົາຈະເຈາະເລິກເຖິງບົດບາດສຳຄັນຂອງ IB ໃນການເທຣດຟໍເຣັກ ໂດຍນຳສະເໜີຂໍ້ມູນເຊີງເລິກແກ່ຜູ້ອ່ານກ່ຽວກັບຄວາມສຳຄັນຂອງພວກເຂົາໃນຕະຫຼາດທີ່ບໍ່ຢຸດນິ້ງນີ້

ຜູ້ແນະນຳໂບຣກເກີ້ (IB) ແມ່ນຫຍັງ?

IB ເປັນຕົວເຊື່ອມທີ່ສຳຄັນລະຫວ່າງເທຣດເດີ້ ແລະ ໂບຣກເກີ້ໃນຕະຫຼາດການເງິນ ເຮັດໜ້າທີ່ເປັນຕົວກາງ IB ມີບົດບາດສຳຄັນໃນການເຊື່ອມໂຍງຜູ້ຄ້າກັບໂບຣກເກີ້ທີ່ເໝາະສົມ ເມື່ອເທຣດເດີ້ໄດ້ຮັບການແນະນຳໃຫ້ຮຮູ້ຈັກກັບໂບຣກເກີ້ຜ່ານ IB IB ຈະໄດ້ຮັບຄ່າຄອມມິດຊັ່ນຕາມປະລິມານການຊື້ຂາຍຂອງເທຣດເດີ້ທີ່ແນະນຳເຂົ້າມາ ໂຄງສ້າງຄ່າຄອມມິດຊັ່ນນີ້ແຕກຕ່າງກັນໄປຕາມແພັດຟອມຂອງໂບຣກເກີ້ທີ່ແຕກຕ່າງກັນ ດັ່ງນັ້ນຈຶ່ງເປັນເລື່ອງສຳຄັນສຳລັບເທຣດເດີ້ທີ່ຈະເລືອກໂບຣກເກີ້ທີ່ມີການຈ່າຍຄ່າຄອມມິດຊັ່ນທີ່ເໝາະສົມກັບຈຸດແຂງ ແລະ ຄວາມມັກຂອງພວກເຂົາ

ດ້ວຍການໃຫ້ບໍລິການເຊື່ອຕໍ່ຜູ້ຄ້າລາຍຍ່ອຍທີ່ກະຕືລືລົ້ນກັບໂບຣກເກີ້ IB ມີສ່ວນຮ່ວມໃນການຊື້ຂາຍ ໂດຍຊ່ວຍໃຫ້ຜູ້ຄ້າເຂົ້າເຖິງຕະຫຼາດການເງິນໃນຂະນະທີ່ຊ່ວຍໂບຣກເກີ້ໃນການຫາລູກຄ້າທີ່ມີສັກກະຍະພາບດ້ວຍຄວາມຕັ້ງໃຈທີ່ຈະຊື້ຂາຍ

ນອກຈາກການເຊື່ອມຕໍ່ລະຫວ່າງເທຣດເດີ້ ແລະ ໂບຣກເກີ້ແລ້ວ IB ຍັງນຳສະເໜີຂໍ້ມູນເຊີງລຶກອັນມີຄ່າແກ່ເທຣດເດີ້ອີກດ້ວຍ ຫຼາຍຄັ້ງທີ່ IB ໃຫ້ຄວາມຮູ້ດ້ານການເທຣດ ແລະ ຊັບພະຍາກອນເພື່ອຊ່ວຍໃຫ້ນັກເທຮດພັດທະນາທັກສະ ແລະ ຄວາມຮູ້ດ້ານການເທຣດ IB ອາດໃຫ້ການສະໜັບສະໜູນ ແລະ ຄຳແນະນຳຢ່າງຕໍ່ເນື່ອງຕະຫຼອດເສັ້ນທາງການຊື້ຂາຍ ເພື່ອໃຫ້ໝັ້ນໃຈວ່າຜູ້ຄ້າມີເຄື່ອງມື ແລະ ຂໍ້ມູນທີ່ຈຳເປັນໃນການຕັດສິນໃຈຢ່າງຮອບຮູ້ ການກ້າວໄປອີກຂັ້ນໜຶ່ງເຮັດໃຫ້ IB ກະຊັບຄວາມສຳພັນກັບເທຣດເດີ້ ແລະ ສ້າງຄວາມແຕກຕ່າງຈາກ IB ອື່ນໆ

ສິດທິປະໂຫຍດຂອງ IB forex

ການເປັນ IB ຟໍເຣັກມີຂໍ້ດີຫຼາຍປະການ ໄດ້ແກ່:

  • ຮັບຄ່າຄອມມິດຊັ່ນ

ເມື່ອທ່ານແນະນຳເທຣດເດີ້ໃຫ້ກັບໂບຣກເກີ້ ທ່ານຈະໄດ້ຮັບຄ່າຄອມມິດຊັ່ນຕາມການຊື້ຂາຍຂອງພວກເຂົາ ເທຣດເດີ້ຈະຍັງໄດ້ຮັບເງື່ອນໄຂການຊື້ຂາຍ ແລະ ບໍລິການຄືເກົ່າ ໃນຂະນະທີ່ທ່ານໄດ້ຮັບຄ່າຄອມມິດຊັ່ນໃນຖານະຕົວກາງ

  • ການເຂົ້າເຖິງໂບຣກເກີ້ທີ່ເຊື່ອຖືໄດ້

ໃນຖານະ IB ທ່ານສາມາດເຊື່ອເທຣດເດີ້ກັບໂບຣກເກີ້ຟໍເຮັກທີ່ມີຊື່ສຽງເຊິ່ງໄດ້ຮັບການປະເມີນ ແລະ ແນະນຳຢ່າງຮອບຄອບ ໃນບາງຄັ້ງນີ້ອາດໝາຍເຖິງການໄດ້ຮັບຂໍ້ມູນກ່ອນໃຜ ແລະ ຂໍ້ມູນລ່ວງໜ້າກ່ຽວກັບໂປຣໂມຊັ່ນ ຄຸນລັກສະນະ ຫຼື ສິດທິພິເສດທີ່ກຳລັງຈະເກີດຂຶ້ນ

  • ສື່ຕະຫຼາດພິເສດຕາມທີ່ທ່ານຕ້ອງການ

ໃນຖານະ IB ທ່ານສາມາດເຂົ້າເຖິງສື່ການຕະຫຼາດທີ່ຈັດທຳໂດຍພາດເນີ້ ແຫຼ່ງຂໍ້ມູນເຫຼົ່ານີ້ມີປະໂຫຍດໃນການສົ່ງເສີມບໍລິການ ແລະ ດຶງດູດລູກຄ້າ ຄວາມພ້ອມຂອງການສະໜັບສະໜູນດັ່ງກ່າວຊ່ວຍເພີ່ມຄຸນຄ່າຂອງການເປັນ IB.

  • ເຮັດວຽກໄດ້ທຸກທີ່ທຸກເວລາ

ໃນຖານະ IB ທ່ານມີຄວາມຍືດຫຍຸ່ນໃນການເຮັດວຽກໄດ້ທຸກທີ່ທຸກເວລາ ເຊິ່ງໝາຍຄວາມວ່າທ່ານສາມາດເພີດເພີນອິດສະຫຼະໃນການເລືອກສະພາບແວດລ້ອມການເຮັດວຽກຂອງທ່ານເອງ ບໍ່ວ່າຈະເປັນໂຮມອ໋ອບຟິດທີ່ສະດວກສະບາຍ ຮ້ານກາແຟທີ່ທ່ານມັກ ຫຼືແມ້ແຕ່ໃນຂະນະທີ່ເດີນທາງ ລັກສະນະຂອງການເປັນ IB ຍັງຊ່ວຍໃຫ້ທ່ານຈັດການຕາຕະລາງເວລາ ແລະ ຄ່າຄອມມິດຊັ່ນໄດ້ຕາມຄວາມຕ້ອງການ ໃນຖານະທີ່ເປັນຕົວກາງລະຫວ່າງເທຣດເດີ້ ແລະ ໂບຣກເກີ້ ຄ່າຄອມມິດຊັ່ນຂອງທ່ານຈະຖືກເຊື່ອມຕໍ່ກັບຄວາມສາມາດຂອງທ່ານໃນການດຶງດູດ ແລະ ອ້າງອີງເທຣດເດີ້ທີ່ມີສ່ວນຮ່ວມໃນການຊື້ຂາຍຟໍເຣັກກັບໂບຣກເກີ້

ວິທີການເປັນຜູ້ແນະນຳໂບຣກເກີ້ Forex

ນີ້ແມ່ນຂັ້ນຕອນໃນການເລີ່ມຕົ້ນເປັນ IB ຟໍເຣັກ:

1. ເຂົ້າໃຈບົດບາດຂອງ IB

ຮຽນຮູ້ກ່ຽວກັບຄວາມຮັບຜິດຊອບແລະຫນ້າທີ່ຂອງ IB ທຳຄວາມເຂົ້າໃຈບົດບາດຂອງ IB ໃນການເຊື່ອມຕໍ່ເທຣດເດີ້ກັບໂບຣກເກີ້ ຮັບ​ຄ່າຄອມມິດຊັ່ນ​ ແລະ ໃຫ້ການສະໜັບສະໜູນແກ່ລູກຄ້າທີ່ໄດ້ຮັບການແນະນຳ

2. ເລືອກໂບຣກເກີ້ຟໍເຣັກທີ່ມີຊື່ສຽງ

ເລືອກໂບຣກເກີ້ forex ທີ່ເຊື່ອຖືໄດ້ເພື່ອເປັນພາດເນີ້ IB ຊອກຫາໂບຣກເກີ້ທີ່ກົງກັບຈຸດປະສົງຂອງທ່ານ ໂດຍພິຈາລະນາປັດໄຈຕ່າງໆເຊັ່ນ ຊື່ສຽງ, ໂຄງສ້າງຄ່າຄອມມິດຊັ່ນ ແລະການບໍລິການທີ່ຫຼາກຫຼາຍທີ່ພວກເຂົາສະເໜີໃຫ້ກັບ IB ພາຍໃຕ້ໂປຣແກຣມຂອງພວກເຂົາ

3. ສ້າງຖານລູກຄ້າ

ເມື່ອທ່ານເປັນພາດເນີ້ກັບໂບຣກເກີ້ Forex ແລ້ວ ກໍຮອດເວລາສ້າງເວັບໄຊທ໌ລະດັບມືອາຊີບ ແລະ ສ້າງຕົວຕົນອອນໄລນ໌ເພື່ອດຶງດູດຜູ້ມີໂອກາດເປັນເທຣດເດີ້ ເພີ່ມປະສິດທິພາບເວັບໄຊທ໌ຂອງທ່ານສໍາລັບເຄື່ອງມືຊອກຫາ ແລະ ແບ່ງປັນເນື້ອຫາທີ່ມີຄຸນຄ່າທີ່ກ່ຽວຂ້ອງກັບການຊື້ຂາຍ forex ໃຊ້ສື່ສັງຄົມເພື່ອເຂົ້າເຖິງກຸ່ມເປົ້າໝາຍຂອງທ່ານ

4. ທຳການຕະຫຼາດ ແລະ ໂປຣໂມດບໍລິການ IB ຂອງທ່ານ

ໃຊ້ກົນລະຍຸດທາງການຕະຫຼາດທີ່ຄວບຄຸມເພື່ອສົ່ງເສີມການບໍລິການ IB ຂອງທ່ານຢ່າງມີປະສິດທິພາບ ໃຊ້ແພັດຟອມສື່ສັງຄົມ ເຕັກນິກການຕະຫຼາດ ແລະ ແຄມເປນອີເມລ໌ເພື່ອສະແດງຂໍ້ໄດ້ປຽບທີ່ບໍ່ຄືໃຜຂອງການເຮັດວຽກຮ່ວມກັບທ່ານໃນຖານະ IB

5. ໃຫ້ການສະໜັບສະໜູນລູກຄ້າທີ່ດີຢ້ຽມ

ໃຫ້ການສະໜັບສະໜູນລູກຄ້າທີ່ໂດດເດັ່ນແກ່ເທຣດເດີ້ທີ່ທ່ານແນະນຳ ຕອບສະຫນອງ ມີຄວາມຮູ້ ແລະ ເປັນປະໂຫຍດໃນການຕອບຄໍາຖາມ ແລະ ຂໍ້ກັງວົນຂອງພວກເຂົາ ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ແລະຊັບພະຍາກອນດ້ານການສຶກສາເພື່ອຊ່ວຍໃຫ້ຜູ້ຄ້າພັດທະນາທັກສະຂອງພວກເຂົາ ເນັ້ນການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ມີມູນຄ່າເພີ່ມທີ່ທ່ານສາມາດມອບໃຫ້ກັບລູກຄ້າໄດ້

ເພື່ອຊ່ວຍທ່ານໃນເລື່ອງນີ້ ທ່ານຄວນຊອກຫາໂບຣກເກີ້ທີ່ສາມາດຊ່ວຍເຫຼືອທ່ານໃນການຕອບຄຳຖາມຂອງລູກຄ້າ

ເຂົ້າຮ່ວມໂປຣແກຣມ IB ກັບ Vantage

ທ່ານກຳລັງຊອກຫາໂອກາດໃນການເປັນພາດເນີ້ກັບໂບຣກເກີ້ທີ່ມີຊື່ສຽງໃນອຸດສາຫະກຳແມ່ນບໍ່? ມາເຂົ້າຮ່ວມໂປຣແກຣມ IB ກັບ Vantage ເລີຍ

ທີ່ Vantage ທ່ານຈະໄດ້ຮັບການບໍລິການລູກຄ້າທີ່ຍອດຢ້ຽມ ການລາຍງານທີ່ໂປ່ງໃສ ແລະ ເຟມເວີກ IB ຫຼາຍຊັ້ນທີ່ຕອບແທນຄວາມພະຍາຍາມຂອງທ່ານ ບໍ່ວ່າທ່ານຈະຍັງໃໝ່ກັບອຸດສາຫະກຳຫຼືເປັນມືອາຊີບທີ່ມີປະສົບການ ໂປຣແກຣມຂອງເຮົາໄດ້ຮັບການປັບແຕ່ງໃຫ້ກົງກັບຄວາມຕ້ອງການຂອງທ່ານ ແລະ ຊ່ວຍໃຫ້ທ່ານປະສົບຜົນສຳເລັດໃນໂລກແຫ່ງການແຂ່ງຂັນຂອງການຊື້ຂາຍທາງການເງິນ

ທີ່ Vantage ພວກເຮົາເຊື່ອໃນພະລັງຂອງຄວາມຮ່ວມມືທີ່ແຂງແກ່ງ ເມື່ອທ່ານເຂົ້າຮ່ວມໂປຣແກຣມ IB ຂອງເຮົາ ທ່ານຈະສາມາດເຂົ້າເຖິງຜູ້ຈັດການບັນຊີໂດຍສະເພາະ ການສະໜັບສໜູນດ້ານການຕະຫຼາດທີ່ປັບແຕ່ງໄດ້ ແລະ ເຄື່ອງມືການລາຍງານທີ່ໂປ່ງໃສ ພວກເຮົາກ້າວໄປອີກຂັ້ນເພື່ອຈັດຫາຊັບພະຍາກອນ ການສະໜັບສະໜູນ ແລະ ຄວາມຊ່ຽວຊານທີ່ທ່ານຕ້ອງການເພື່ອປະສົບຜົນສຳເລັດ ແລະ ເຕີບໂຕໃນຖານະ IB ລົງທະບຽນສຳລັບໂປຣແກຣມ Vantage IB ມື້ນີ້!

ບົດສະຫຼຸບ

IB ມີບົດບາດໃນອຸດສາຫະກຳການຊື້ຂາຍຟໍເຣັກໂດຍເຊື່ອມໂຍງຜູ້ຊື້ຂາຍທີ່ມີສັກກະຍະພາບກັບໂບຣກເກີ້ທີ່ເປັນພັນທະມິດຂອງພວກເຂົາ IB ສາມາດຮັບຄ່າຄອມມິດຊັ່ນຈາກການເປັນຫຸ້ນສ່ວນນີ້ໃນຂະຂະດຽວກັນກໍໃຫ້ການສະໜັບສະໜູນທີ່ມີຄຸນຄ່າແກ່ລູກຄ້າຂອງພວກເຂົາ ແລະ ການເຂົ້າຮ່ວມໂປຣແກຣມເຊັ່ນ Vantage IB ຈະຊ່ວຍໃຫ້ IB ມີຂໍ້ໄດ້ປຽບ


ອ້າງອິງ

  1. “Foreign Exchange Market Size, Share, Revenue, Trends And Drivers For 2023-2032 As Per The Business Research Company’s Foreign Exchange Global Market Report 2023 – GlobeNewswire”. https://www.globenewswire.com/news-release/2023/05/08/2663593/0/en/Foreign-Exchange-Market-Size-Share-Revenue-Trends-And-Drivers-For-2023-2032-As-Per-The-Business-Research-Company-s-Foreign-Exchange-Global-Market-Report-2023.html . Accessed 29 May 2023

Disclaimer: Any information/content/material is intended for educational purposes whereas Vantage does not represent or warrant that the material provided here is accurate, current, or complete and cannot be held responsible for any miscalculation/mistake or omission. Any reliance on such information is strictly at your own risk. The information provided here, whether from a third party or not, is not to be considered as a recommendation; or an offer to buy or sell; or the solicitation of an offer to buy or sell any financial instruments; or to participate in any specific trading strategy and/or as investment advice. Any research provided does not have regard to the specific investment objectives, financial situation and needs of any specific person who may receive it. Please seek advice before making any trading decision. Past performance is not an indication of future performance. The information provided is not intended for distribution to, or use by, any person in any country where such distribution/use would be contrary to local laws.