• facebook
  • instagram
  • twitter
  • linkedin
  • youtube
IB Commission: 5 ວິທີໃນການເພີ່ມຄ່າຄອມມິດຊັ່ນຈາກການເປັນຜູ້ແນະນຳໂບຣກເກີ້ (IB)

ແຜນການລາຍການ

IB Commission: 5 ວິທີໃນການເພີ່ມຄ່າຄອມມິດຊັ່ນຈາກການເປັນຜູ້ແນະນຳໂບຣກເກີ້ (IB)
back to blog

IB Commission: 5 ວິທີໃນການເພີ່ມຄ່າຄອມມິດຊັ່ນຈາກການເປັນຜູ້ແນະນຳໂບຣກເກີ້ (IB)

Vantage Updated Updated Mon, 4 September 2023 02:37
IB Commission: 5 ວິທີໃນການເພີ່ມຄ່າຄອມມິດຊັ່ນຈາກການເປັນຜູ້ແນະນຳໂບຣກເກີ້ (IB)

ຜູ້ແນະນຳໂບຣກເກີ້ (IB) ເປັນຕົວກາງທີ່ເຊື່ອມຕໍ່ການເປັນພາດເນີ້ລະຫວ່າງໂບຣກເກີ້ກັບລູກຄ້າທີ່ມີສັກກະຍະພາບເພື່ອຮັບຄ່າຄອມມິດຊັ່ນ ແລະ ເງິນຄືນ ອ່ານເພື່ອຮຽນຮູ້ເຄັດລັບເພື່ອເພີ່ມຄ່າຄອມມິດຊັ່ນການເປັນຜູ້ແນະນຳໂບຣກເກີ້ (IB)

ຜູ້ແນະນຳໂບຣກເກີ້ (IB) ແມ່ນຫຍັງ

ຜູ້ແນະນຳໂບຣກເກີ້ (IB) ເຮັດໜ້າທີ່ເປັນຕົວກາງລະຫວ່າງໂບຣກເກີ້ ແລະ ຜູ້ຄ້າຫຼືລູກຄ້າທີ່ມີສັກກະຍະພາບ ເປົ້າໝາຍຫຼັກຂອງ IB ແມ່ນການຊ່ວຍໃຫ້ໂບຣກເກີ້ດຶງດູດລູກຄ້າໃໝ່ເຂົ້າສູ່ແພັດຟອມການຊື້ຂາຍຂອງພວກເຂົາໃນຂະນະທີ່ຍັງຊ່ວຍເຫຼືອຜູ້ຄ້າໂດຍການຈັດຫາແນວທາງລວມເຖິງແພັດຟອມການຊື້ຂາຍທີ່ເໝາະສົມ ຜູ້ແນະນຳໂບຣກເກີ້ (IB) ໄດ້ຮັບລາງວັນສຳລັບການມີສ່ວນຮ່ວມຂອງພວກເຂົາຜ່ານຄ່າຄອມມິດຊັ່ນຫຼືເງິນຄືນຜ່ານພາດເນີ້ທີ່ໄດ້ຮ່ວມງານກັນ

ເມື່ອຮ່ວມມືກັບໂບຣກເກີ້ແລ້ວ ຜູ້ແນະນຳໂບຣກເກີ້ (IB) ຈະຄົ້ນຫາ ແລະ ຮັບສະໝັກລູກຄ້າທີ່ມີສັກກະຍະພາບໂດຍແນະນຳພວກເຂົາໄປຍັງໂບຣກເກີ້ພາດເນີ້ສຳລັບການຊື້ຂາຍຫຼັກຊັບ ຢ່າງໃດກໍຕາມ ຜູ້ແນະນຳໂບຣກເກີ້ (IB) ເປັນຫຼາຍກວ່າການແນະນຳລູກຄ້າ – ຈະພົບວ່າມີການສະເໜີບໍລິການສ່ວນບຸກຄົນໃຫ້ກັບລູກຄ້າ ເຊັ່ນການສະໜັບສະໜູນລູກຄ້າຄວາມຊ່ວຍເຫຼືອດ້ານການຊື້ຂາຍ ແລະ ການສຶກສາ ສິ່ງນີ້ສົ່ງເສີມຄວາມສຳພັນທີ່ໃກ້ຊິດກັບລູກຄ້າເຊິ່ງອາດກະຕຸ້ນໃຫ້ພວກເຂົາແລກປ່ຽນກັບໂບຣກເກີ້ຫຼາຍຊຶ້ນ

ເປັນຫຍັງຕ້ອງເປັນຜູ້ແນະນຳໂບຣກເກີ້ (IB)?

ການເປັນຜູ້ແນະນຳໂບຣກເກີ້ (IB) ມີຂໍ້ໄດ້ປຽບຫຼາຍປະການນອກເໜືອຈາກການໄດ້ຮັບ່າຄອມມິດຊັ່ນ ນີ້ຄືຂໍ້ດີບາງປະການຂອງການເປັນຜູ້ແນະນຳໂບຣກເກີ້ (IB):

ສັກກະຍະພາບໃນການຮັບລາຍໄດ້ເພີ່ມເຕີມ

ໃນຖານະຜູ້ແນະນຳໂບຣກເກີ້ (IB) ທ່ານສາມາດຮັບຄ່າຄອມມິດຊັ່ນຈາກກິດຈະກຳການຊື້ຂາຍຂອງລູກຄ້າຂອງທ່ານ ນັ້ນໝາຍຄວາມວ່າທຸກຄັ້ງທີ່ລູກຄ້າຂອງທ່ານເປີດການຄ້າປະຕິບັດຕາມຂໍ້ກຳນົດຫຼືດຳເນີນການເຮັດທຸລະກຳ ທ່ານຈະໄດ້ຮັບຄ່າຄອມມິດຊັ່ນຫຼືຄືນເງິນ ຕາບໃດທີ່ລູກຄ້າຂອງທ່ານມີຄຸນສົມບັດກົງຕາມເກນ ທ່ານສາມາດຮັບລາຍໄດ້ຂອງທ່ານໄດ້ ສິ່ງນີ້ຊ່ວຍໃຫ້ທ່ານສ້າງກະແສລາຍໄດ້ແບບວ່ອງໄວ ແລະ ເຕີບໂຕຫຼາຍຂຶ້ນເມື່ອຖານລູກຄ້າຂອງທ່ານຂະຫຍາຍຕົວຂຶ້ນເລື້ອຍໆ

ສ້າງເສັ້ນທາງສູ່ຄວາມສຳເລັດຂອງທ່ານເອງ

ເລີ່ມຕົ້ນເປັນຜູ້ແນະນຳໂບຣກເກີ້ (IB) ແລະ ເຊື່ອມຕໍ່ລູກຄ້າກັບໂບຣກເກີ້ ຂໍ້ດີຢ່າງໜຶ່ງແມ່ນອິດສະຫຼະໃນການເລືອກແນວທາງຂອງທ່ານ

ຕົວຢ່າງເຊັ່ນທ່ານສາມາດຕັ້ງຄ່າຜ່ານເວັບໄຊຄ໌ເພື່ອເປັນແນວທາງໃນການຮຽນຮູ້ການຊື້ຂາຍທີ່ຈຳເປັນ ອີກທາງເລືອກໜຶ່ງແມ່ນການແບ່ງປັນບົດຄວາມເຊີງເລິກກ່ຽວກັບແນວໂນ້ມຂອງຕະຫຼາດເຊິ່ງໃຫ້ຄວາມຮູ້ທີ່ມີປະໂຫຍດແກ່ຜູ້ຄ້າ

ປະເພດຂອງການແນະນຳຄ່າຄອມມິດຊັ່ນໂບຣກເກີ້

ໂບຣກເກີ້ທີ່ແຕກຕ່າງກັນສະເໜີໂຄງສ້າງຄ່າຄອມມິດຊັ່ນທີ່ແຕກຕ່າງກັນສຳລັບ IB ເປັນສິ່ງສຳຄັນສຳລັບ IB ທີ່ຈະເຂົ້າໃຈໂຄງສ້າງຄ່າຄອມມິດຊັ່ນຢ່າງຊັດເຈນກ່ອນທີ່ຈະເລືອກໂບຣກເກີ້ຊື້ຂາຍຫຸ້ນສ່ວນ ນີ້ແມ່ນຕົວຢ່າງບາງສ່ວນຂອງໂຄງສ້າງຄ່າຄອມມິດຊັ່ນທີ່ມີຢູ່:

ຄ່າຄອມມິດຊັ່ນຕາມປະລິມານ

IB ໄດ້ຮັບຄ່າຄອມມິດຊັ່ນນີ້ຕາມປະລິມານການຊື້ຂາຍທີ່ສ້າງຂຶ້ນໂດຍລູກຄ້າທີ່ມີການອ້າງອິງຈຳນວນຄ່າຄອມມິດຊັ່ນຕໍ່ໜ່ວຍຂອງປະລິມານອາດແກຕ່າງກັນໄປຂຶ້ນຢູ່ກັບປະເພດຂອງໂບຣກເກີ້ ແລະ ບັນຊີ

ຄ່າຄອມມິດຊັ່ນຕາມລະດັບ

ໂຄງສ້າງນີ້ມີລະດັບຄ່າຄອມມິດຊັ່ນທີ່ແຕກຕ່າງກັນຕາມຈຳນວນລູກຄ້າທີ່ອ້າງອີງຫຼືປະລິມານການຊື້ຂາຍ ຕົວຢ່າງເຊັ່ນ ໂບຮກເກີ້ອາດໃຫ້ຄ່າຄອມມິດຊັ່ນ 10% ສໍາລັບລູກຄ້າທີ່ອ້າງອີງ 50 ຄົນທໍາອິດຕາມດ້ວຍ 15% ສໍາລັບ 50 ຄົນຖັດໄປ ແລະສຸດທ້າຍ 20% ສໍາລັບລູກຄ້າເພີ່ມເຕີມ

ຄ່າຄອມມິດຊັ່ນຕາມຜົນງານ

IB ໄດ້ຮັບຄ່າຄອມມິດຊັ່ນນີ້ຕາມປະສິທິພາບຂອງລູກຄ້າທີ່ອ້າງອີງ ຕົວຢ່າງເຊັ່ນ ໂບຣກເກີ້ອາດຈ່າຍຄ່າຄອມມິດຊັ່ນສໍາລັບລູກຄ້າໃຫມ່ແຕ່ລະຄົນທີ່ສ້າງກໍາໄລຫຼືເກີນມາດຕະຖານທີ່ສະເພາະເຈາະຈົງ

ຄ່າຄອມມິດຊັ່ນການອ້າງອີງ

IB ໄດ້ຮັບຄ່າທໍານຽມນີ້ໂດຍກົງຈາກລູກຄ້າທີ່ພວກເຂົາອ້າງເຖິງໂບຣກເກີ້ ຄ່າທໍານຽມການອ້າງອີງອາດເປັນຈຳນວນຄົງທີ່ຫຼືຮ້ອຍລະຂອງຄ່າຄອມມິດຊັ່ນການຊື້ຂາຍທີ່ລູກຄ້າຈ່າຍໃຫ້ກັບໂບຣກເກີ້

5 ເຄັດລັບໃນການເພີ່ມຄ່າຄອມມິດຊັ່ນຜູ້ແນະນຳໂບຣກເກີ້ໃຫ້ຫຼາຍຂຶ້ນ

ຕອນນີ້ທ່ານມີຄວາມເຂົ້າໃຈດີຂຶ້ນກ່ຽວກັບໂຄງສ້າງຂອງຄ່າຄອມມິດຊັ່ນ IB ຕ່າງໆ ແລ້ວກໍຮອດເວລາທີ່ຈະເປີດເຜີຍໃນການເພີ່ມຄ່າຄອມມິດຊັ່ນ IB ຂອງທ່ານ, ເຊິ່ງນີ້ແມ່ນ 5 ເຄັດລັບ:

1. ເປັນພາດເນີ້ກັບໂບຣກເກີ້ທີ່ວາງໃຈ ແລະ ເຊື່ອຖືໄດ້

ເມື່ອເວົ້າເຖິງການເລືອກໂບຣກເກີ້ໃຫ້ເປັນພາດເນີ້ດ້ວຍ ມັນເປັນສິ່ງສຳຄັນທີ່ຈະຕ້ອງພິຈາລະນາຫຼາຍກວ່າໂຄງສ້າງຄ່າຄອມມິດຊັ່ນ ຊອກຫາໂບຣກເກີ້ທີ່ບໍ່ພຽງແຕ່ສະເໜີຄ່າຄອມມິດຊັ່ນທີ່ແຂ່ງຂັນໄດ້ ແຕ່ຍັງສະແດງໃຫ້ເຫັນເຖິງຄວາມໜ້າເຊື່ອຖືຄວາມໂປ່ງໃສ ແລະ ບໍລິການສະໜັບສະໜູນ ອ່ານບົດວິຈານການວິໄຈ ແລະ ຄົ້ນຫາຄຳແນະນຳຈາກແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້ກ່ອນທີ່ຈະເລືອກໂບຣກເກີ້ໃຫ້ເປັນພາດເນີ້ນຳ

ນີ້ແມ່ນບາງສິ່ງທີ່ຕ້ອງລະວັງໃນໂບຣກເກີ້:

  • ຕຣາສານການຊື້ຂາຍທີ່ຫຼາກຫຼາຍເຊັ່ນ: ຫຸ້ນ, ຜະລິດຕະພັນສິນຄ້າ, ETFs, ພັນທະບັດ ແລະ ລວມເຖິງຄຣິບໂຕເຄີເຣັນຊີ ສິ່ງນີ້ຈະຊ່ວຍໃຫ້ລູກຄ້າຂອງທ່ານມີສິນຊັບປະເພດຕ່າງໆໃຫ້ເລືອກເມື່ອທຳການຊື້ຂາຍກັບ;

  • ໃຫ້ຄ່າທໍານຽມທີ່ຕໍ່າ ແລະ ແຂ່ງຂັນໄດ້ໃຫ້ແກ່ລູກຄ້າຂອງທ່ານ

  • ການບໍລິການລູກຄ້າທີ່ມີປະສິດທິພາບ ແລະ ການສະໜັບສະໜູນບໍ່ພຽງແຕ່ທ່ານ ແຕ່ຍັງລວມເຖິງລູກຄ້າຂອງທ່ານ

  • ໃຫ້ແພັດຟອມການຊື້ຂາຍທີ່ໃຊ້ງານງ່າຍ ແລະ

  • ໃຫ້ການຖອນເງິນທີ່ເຊື່ອຖືໄດ້ ແລະ ວິທີການຝາກເງິນຫຼາກຫຼາຍວິທີ

2. ຮັບຊາບກ່ຽວກັບແນວໂນ້ມຕະຫຼາດລ້າສຸດ

ໃນຖານະຜູ້ແນະນຳໂບຣກເກີ້ (IB) ຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ຮັບການແຈ້ງກ່ຽວກັບພູມທັດຕະຫຼາດທີ່ມີການພັດທະນາຕະຫຼອດເວລາ ໃຫ້ຄວາມຮູ້ຢ່າງຕໍ່ເນື່ອງກ່ຽວກັບແນວໂນ້ມຂອງຕະຫຼາດຂ່າວ ແລະ ຕົວຊີ້ວັດທາງເສດຖະກິດທີ່ສົ່ງຜົນກະທົບຕໍ່ຕະຫຼາດການເງິນ ແລະ ຖ່າຍທອດຂໍ້ມູນນີ້ໄປຍັງລູກຄ້າຂອງທ່ານ ຍັງຄົງອັບເດດກ່ຽວກັບເຄື່ອງມືການຊື້ຂາຍກົດລະບຽບ ແລະ ຄວາມກ້າວໜ້າທາງເຕັກໂນໂລຊີໃໝ່

ດ້ວຍການຂະຫຍາຍຄວາມຮູ້ ແລະ ຄວາມຊ່ຽວຊານຂອງທ່ານ ທ່ານຈະກາຍເປັນແຫຼ່ງຂໍ້ມູນທີ່ມີຄ່າສຳລັບລູກຄ້າຂອງທ່ານ ທ່ານສາມາດໃຫ້ການວິເຄາະຕະຫຼາດຄຳແນະນຳສ່ວນບຸກຄົນ ແລະ ຂໍ້ມູນເຊີງເລິກກ່ຽວກັບໂອກາດທາງການຄ້າທີ່ອາດເກີດຂຶ້ນ ການຕິດຕາມແນວໂນ້ມຂອງຕະຫຼາດຢ່າງແຂງຂັນຍັງຊ່ວຍໃຫ້ທ່ານຢູ່ຂ້າງໜ້າ ແລະ ຄາດການການປ່ຽນແປງໃນຕະຫຼາດ

3. ປູກຝັງຖານລູກຄ້າທີ່ແຂງແກ່ງ

ການຂະຫຍາຍເຄືອຂ່າຍຜູ້ມີໂອກາດເປັນລູກຄ້າຂອງທ່ານເປັນສິ່ງຈຳເປັນໃນການເພີ່ມຄ່າຄອມມິດຊັ່ນໃນຖານະຜູ້ແນະນຳໂບຣກເກີ້ (IB) ຂອງທ່ານ ເລີ່ມຕົ້ນດ້ວຍການເຂົ້າຮ່ວມກິດຈະກຳອຸດສາຫະກຳການເງິນການປະຊຸມ ແລະ ການສຳມະນາທີ່ທ່ານສາມາດເຊື່ອມຕໍ່ກັບບຸກຄົນທີ່ສົນໃຈໃນການຊື້ຂາຍສະແຫວງຫາໂອກາດໃນການສ້າງເຄືອຂ່າຍສ້າງຄວາມສຳພັນ ແລະ ສະແດງຄວາມຊ່ຽວຊານຂອງທ່ານ ທ່ານສາມາດມີສ່ວນຮ່ວມໃນຟໍຣັມອອນລາຍ ແລະ ຊຸມຊົນທີ່ກ່ຽວຂ້ອງກັບການຊື້ຂາຍເພື່ອສ້າງຕົວເອງວ່າເປັນສະຖານະທີ່ມີຄວາມຮູ້ ແລະ ເປັນປະໂຫຍດ ຍິ່ງຖານລູກຄ້າຂອງທ່ານມີຂະໜາດໃຫຍ່ເທົ່າໃດການອ້າງອິງທີ່ມີສັກກະຍະພາບ ແລະ ປະລິມານການຊື້ຂາຍທີ່ທ່ານສາມາດສ້າງຂຶ້ນເພື່ອເພີ່ມຄ່າຄອມມິດຊັ່ນຂອງທ່ານໄດ້ຫຼາຍຂຶ້ນ

4. ໃຫ້ບໍລິການລູກຄ້າທີ່ຍອດຢ້ຽມ ແລະ ປັບປຸງຄວາມສຳພັນກັບລູກຄ້າທີ່ມີຢູ່

ການບໍລິການລູກຄ້າທີ່ຍອດຢ້ຽມສາມາດເຮັດໃຫ້ທ່ານແຕກຕ່າງ ແລະ ຊ່ວຍສ້າງຖານລູກຄ້າທີີພັກດີ ເປັນເຊີງລຸກ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າຂໍ້ສົງໄສ ແລະ ຂໍ້ກັງວົນຂອງລູກຄ້າ ໃຫ້ຂໍ້ມູນທີ່ເໝາະສົມ ແລະ ຖືກຕ້ອງເພື່ອຊ່ວຍພວກເຂົາໃນການເດີນທາງຊື້ຂາຍ ສະເໜີຊັບພະຍາກອນການສຶກສາຂໍ້ມູນເຊີງເລິກຂອງຕະຫຼາດ ແລະ ກົນລະຍຸດການຊື້ຂາຍເພື່ອເພີ່ມຂີດຄວາມສາມາດໃຫ້ກັບລູກຄ້າຂອງທ່ານ ແລະ ຊ່ວຍໃຫ້ພວກເຂົາປະສົບຄວາມສຳເລັດ

ນອກເໜືອຈາກການໄດ້ຮັບລູກຄ້າໃໝ່ແລ້ວຍັງມີຄວາມສຳຄັນຕໍ່ການເສີມສ້າງຄວາມສຳພັນກັບລູກຄ້າປັດຈຸບັນຂອງທ່ານ ໃຫ້ມີສ່ວນຮ່ວມກັບພວກເຂົາຢ່າງສະໝ່ຳສະເໝີເພື່ອໃຫ້ໄດ້ຂໍ້ມູນເຊີງເລິກກ່ຽວກັບຄວາມຕ້ອງການສະເພາະຂອງພວກເຂົາວັດຖຸປະສົງການຊື້ຂາຍ ແລະ ອຸປະສັກທີ່ພວກເຂົາອາດພົບ

5. ການສື່ສານທີ່ໂປ່ງໃສ ແລະ ຊັດເຈນ

ເພື່ອສ້າງຄວາມໄວ້ວາງໃຈ ແລະ ເພີ່ມຄ່າຄອມມິດຊັ່ນ ໂປຣແກຣມຜູ້ແນະນຳໂບຣກເກີ້ (IB) ຂອງທ່ານເປັນສິ່ງສຳຄັນທີ່ຈະຕ້ອງມີການສື່ສານທີ່ເປີດກວ້າງ ແລະ ຊັດເຈນກັບລູກຄ້າຂອງທ່ານ ແຈ້ງໃຫ້ລູກຄ້າຂອງທ່ານຊາບກ່ຽວກັບການປ່ຽນແປງໃນອັດຕາຄ່າຄອມມິດຊັ່ນເງື່ອນໄຂການຊື້ຂາຍ ຫຼື ການປັບປຸງກົດລະບຽບເພື່ອໃຫ້ແນ່ໃຈວ່າພວກເຂົາຕະໜັກເຖິງການປ່ຽນແປງລ້າສຸດໃນຂະນະທີ່ສາມາດຊື້ຂາຍໄດ້ຢ່າງລາບລື່ນ

ຜູ້ແນະນຳໂບຣກເກີ້ (IB) ຍັງສາມາດໃຫ້ການອັບເດດເປັນປະຈຳກ່ຽວກັບກິດຈະກຳບັນຊີຂອງລູກຄ້າການດຳເນີນການທາງການຄ້າ ແລະ ລາຍງານປະສິດທິພາບດ້ວຍການສ້າງຊ່ອງທາງການສື່ສານທີ່ໂປ່ງໃສເຫຼົ່ານີ້ ທ່ານສາມາດໄດ້ຮັບຄວາມໜ້າເຊື່ອຖື ແລະ ເສີມສ້າງຄວາມສຳພັນຂອງທ່ານກັບລູກຄ້າ ແລະ ອາດຮັກສາພວກເຂົາໄວ້ໃນຖານະຜູ້ຄ້າພາຍໃຕ້ໂບຣກເກີ້ທີ່ມີຄວາມຮ່ວມມືກັນ

ບົດສະຫຼຸບ

ຕອນນີ້ທ່ານເຂົ້າໃຈວິທີການເພີ່ມຄ່າຄອມມິດຊັ່ນໃນຖານະຜູ້ແນະນຳໂບຣກເກີ້ (IB) ຂອງທ່ານແລ້ວ ກໍຮອດເວລາທີ່ຈະຫາໂບຣກເກີ້ທີ່ໜ້າເຊື່ອຖືໄດ້ເພື່ອເປັນພາດເນີ້ນຳ

ພິຈາລະນາເຂົ້າຮ່ວມໂປຣແກຣມ Introducing Broker (IB) ກັບ Vantage ໃນມື້ນີ້ ໃນຖານະຜູ້ແນະນຳໂບຣກເກີ້ (IB) ທ່ານຈະໄດ້ຮັບຜົນປະໂຫຍດຈາກການຮັບຄ່າຣີເບດເງິນຄືນທີ່ຍອດຢ້ຽມຂອງພວກເຮົາ ຊື່ສຽງຂອງແບຣນທີ່ເຊື່ອຖືໄດ້ ການບໍລິການລູກຄ້າທີ່ໄດ້ຮັບລາງວັນ ການລາຍງານຂອງຜູ້ແນະນຳໂບຣກເກີ້ (IB) ທີ່ໂປ່ງໃສ ແລະ ໂຄງສ້າງພື້ນຖານຂອງຜູ້ແນະນຳໂບຣກເກີ້ (IB) ທີ່ມີຫຼາຍລະດັບ

ຮຽນຮູ້ເພີ່ມເຕີມກ່ຽວກັບໂປຣແກຣມ Vantage Introducing Broker ທີ່ນີ້

Disclaimer: Any information/content/material is intended for educational purposes whereas Vantage does not represent or warrant that the material provided here is accurate, current, or complete and cannot be held responsible for any miscalculation/mistake or omission. Any reliance on such information is strictly at your own risk. The information provided here, whether from a third party or not, is not to be considered as a recommendation; or an offer to buy or sell; or the solicitation of an offer to buy or sell any financial instruments; or to participate in any specific trading strategy and/or as investment advice. Any research provided does not have regard to the specific investment objectives, financial situation and needs of any specific person who may receive it. Please seek advice before making any trading decision. Past performance is not an indication of future performance. The information provided is not intended for distribution to, or use by, any person in any country where such distribution/use would be contrary to local laws.